Ministry News

ການ ມອບ-ຮັບ ເຄື່ອງໃຊ້ຫ້ອງການ ລະຫວ່າງ ກົມຂົນສົ່ງ, ກະຊວງ ຍທຂ ແລະ ກົມຕຳຫຼວດຈະລາຈອນ, ກະຊວງ ປກສ, ພາຍໃຕ້ໂຄງການຂະແໜງຂົວທາງ ໄລຍະ 2 (LRSP2).

2021-05-24
Administrator

ການມອບ-ຮັບ ເຄື່ອງໃຊ້ຫ້ອງການ (ຄອມພິວເຕີຕັ້ງໂຕະ, ໂນດບຸກ ແລະ ເຄື່ອງພິມເອກະສານ) ລະຫວ່າງ ກົມຂົນສົ່ງ, ກະຊວງ ຍທຂ ແລະ ກົມຕຳຫຼວດຈະລາຈອນ, ກະຊວງ ປກສ, ຊຶ່ງມີຈຸດປະສົງເພື່ອຮັບໃຊ້ວຽກງານເຂົ້າໃນການເກັບກຳຂໍ້ມູນ ແລະ ສັງລວມສະຖິຕິອຸບປະຕິເຫດ ໃສ່ລະບົບໂປຣແກຣມ Data for Road Incident Visualisation Evaluation and Reporting (DRIVER), ເພື່ອນຳເອົາຂໍ້ມູນດັ່ງກ່າວ ມາວິເຄາະ, ວິໄຈ ແລະ ສາມາດປັບປຸງ, ແກ້ໄຂ ແລະ ປ້ອງກັນ ຈຸດທີ່ມັກເກີດອຸບປະຕິເຫດຕາມເສັ້ນທາງ ບໍ່ໃຫ້ມັນເກີດຕື່ມອີກ.




ຊຶ່ງພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 21/5/2021, ທີ່ ຫ້ອງປະຊຸມ ກົມຂົນສົ່ງ, ກະຊວງ ຍທຂ, ໂດຍການເປັນປະທານຂອງທ່ານ ດຣ ບຸນຕາ ອ່ອນນາວົງ, ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ, ຊຶ່ງມີຜູ້ຕາງໜ້າຈາກ ທະນາຄານໂລກ ປະຈຳ ສປປ ລາວ, ກົມຕຳຫຼວດຈະລາຈອນ, ກະຊວງ ປກສ ແລະ ຜູ້ຕາງໜ້າຈາກ ປກສ ແຂວງ/ເມືອງ (ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລີຄຳໄຊ, ຄໍາມ່ວນ) ກໍ່ໄດ້ເຂົ້າຮ່ວມ, ມູນຄ່າເຄື່ອງທັງໝົດປະມານ 50,000 ໂດຣາສະຫະຣັດ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Map

Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250