Ministry News

ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມວຽກຂະແໜງ ຍທຂ

2021-06-11
Administrator



ໃນວັນທີ 10 ມິຖຸນານີ້ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງ, ຫົວໜ້າກົມ-ຮອງກົມ ໄດ້ລົງເຄື່ອນໄຫວຕິດຕາມກວດກາ, ວຽກງານຂອງຂະແໜງ ຍທຂ ໂດຍໄດ້ລົງຢູ່ 3 ຈຸດຄື: ສະຖານີໂດຍສານ ວຽງຈັນ ໂຄກສະອາດ ແລະ ເສັ້ນທາງເຊື່ອມຕໍ່ໃສ່ທາງດ່ວນ ວຽງຈັນ-ວັງວຽງ ແລະ ອອກໃສ່ທາງ ນະຄອນຫຼວງວຽງຈັນ, ສະຖານີ ສິນຄ້າວຽງຈັນໃຕ້ ເຊື່ອມຕໍ່ລາງ 1,435 ແມັດ ແລະລາງ 1 ແມັດ ທ່ານາແລ້ງ ແລະເຂດໂລຈິດສຕິກ ແລະ ໂຄງການທາງລົດໄຟ ລາວ-ໄທ 7 ກມ ຈາກຂົວມາສູ່ສະຖານີ້ ພາຍໃຕ້ເງິນກູ້ ນິດາ (ປະເທດ ຣາຊະອານາຈັກໄທ), ແລະກວດກາຄວາມຄືບໜ້າໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ, ຊຶ່ງເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 (ໄປຕາມເສັ້ນທາງເລກທີ 13 ໃຕ້).




ສໍາລັບທາງລົດໄຟ ລາວ-ຈີນ,ໃຫ້ການຕ້ອນຮັບ ຂອງທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ, ທ່ານ ສ່ຽວ ຊ່ຽນເຫວີນ ໄດ້ລາຍງານໂດຍຫຍໍ້: ປັດຈຸບັນການກໍ່ສ້າງສະຖານີດັ່ງກ່າວສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້, ແຕ່ທາງໂຄງການຍັງພົບຄວາມຫຍຸ້ງຍາກເປັນ ຕົ້ນການນໍາເຂົ້າວິຊາການຕົບແຕ່ງພາຍໃນ ແລະ ນໍາເຂົ້າວັດສະດຸກົນຈັກຮັບໃຊ້ໃຫ້ແກ່ໂຄງການຍັງຊັກຊ້າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ບໍລິສັດກໍໄດ້ເອົາໃຈໃສ່ສຸມທຸກກໍາລັງເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ສະຖານີດັ່ງກ່າວມີເນື້ອທີ່ທັງໝົດ 15.000 ຕາແມັດ, ໄດ້ລົງມືກໍ່ສ້າງໃນເດືອນກໍລະກົດ ປີ 2020 ເປັນຕົ້ນມາ ຮູບແບບການກໍ່ສ້າງເປັນໂຄງເຫຼັກທີ່ມີນໍ້າໜັກ 700 ກວ່າໂຕນ ໄດ້ມີການຈັດສັນເປັນແຕ່ລະໂຊນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ ໂດຍສະເພາະສະຖານທີ່ຈອດລົດໄດ້ແບ່ງເປັນ 2 ເຂດຄື: ສະຖານທີ່ຈອດລົດເມຈອດໄດ້ 20 ຄັນ ແລະ ບ່ອນຈອດລົດທົ່ວໄປຈອດໄດ້ 40 ຄັນ ຊຶ່ງມີກໍາມະກອນເຮັດວຽກທັງໝົດ 1.200 ຄົນ, ໃນນັ້ນກຳມະກອນຄົນລາວ 700-800 ຄົນ.





ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນໍາໃຫ້ບໍລິສັດເອົາໃຈໃສ່ສືບຕໍ່ການກໍ່ສ້າງໃຫ້ສໍາເລັດຕາມແຜນໃຫ້ທັນເປີດການນໍາໃຊ້ ວັນທີ 2 ທັນວາ 2021 ພ້ອມຍັງເນັ້ນໃຫ້ຂະຫຍາຍສະຖານທີ່ຈອດລົດເພີ່ມຕື່ມ ໂດຍໃຫ້ອອກແບບໃຫ້ມີຄວາມກົມກືນກັບສະພາບແວດລ້ອມມີຄວາມເປັນລະບຽບຮຽບຮ້ອຍຈົບງາມ.




ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ລົງໄປຢ້ຽມຢາມສະຖານີສິນຄ້າວຽງຈັນໃຕ້ເຊື່ອມຕໍ່ລາງ 1.435 ແມັດ ແລະ ລາງ 1 ແມັດ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຊຶ່ງສະຖານທີ່ດັ່ງກ່າວມີຈຸດທີ່ຕັ້ງແຍກອອກຈາກກັນເປັນ 3 ຈຸດຄື: ສະຖານີພັກສິນຄ້າ, ສູນເຕັກນິກ ແລະ ສ້ອມແປງ ແລະ ຈຸດຄ່ຽນຖ່າຍສິນຄ້າ ປັດຈຸບັນກໍາລັງເລັ່ງກໍ່ສ້າງເພື່ອຮອງຮັບໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ ທີ່ຈະເປີດນໍາໃຊ້ໃນມໍ່ໆນີ້, ນອກນີ້ຍັງໄດ້ຢ້ຽມຢາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງສະຖານີລົດໄຟລາວ-ໄທ ທ່ານາແລ້ງ ຫາສະຖານີວຽງຈັນ ບ້ານຄຳສະຫວາດ ຍາວ 7,5 ກິໂລແມັດ ມີມູນຄ່າທັງໝົດ 994,6 ລ້ານບາດ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດການກໍ່ສ້າງແຕ່ວັນທີ 1 ຕຸລາ 2019 ມາຮອດປັດຈຸບັນສໍາເລັດວຽກທັງໝົດ 70% ຕາມແຜນການສໍາເລັດເດືອນທັນວາ 2021 ກໍານົດເວລາ 27 ເດືອນ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Map

Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250