Ministry News

ແຈ້ງການ ປິດ-ເປີດ ການສັນຈອນ ຜ່ານເສັ້ນທາງຫຼວງແຫ່ງຊາດເລກ 8 ຊວງ ກມ 42+800 ຫາ 50+800(ເຂດພູໄຮ ບ້ານຄູນຄໍາ, ເມືອງຄູນຄໍາ, ແຂວງຄໍາມ່ວນ ຫາ ບ້ານ ໜອງກອກ, ເມືອງຄໍາເກີດ ແຂວງບໍລິຄໍາໄຊ)

2024-10-11
Sayphone



ແຈ້ງການ
ເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ແລະ ຜູ້ປະກອບການຕ່າງໆ ທີ່ນຳໃຊ້ເສັ້ນທາງຫຼວງແຫ່ງຊາດເລກ 8 ຊາບທົ່ວເຖິງກັນວ່າ

ເລື່ອງ: ການປິດ-ເປີດ ການສັນຈອນ ຜ່ານເສັ້ນທາງຫຼວງແຫ່ງຊາດເລກ 8 ຊວງ ກມ 42+800 ຫາ 50+800(ເຂດພູໄຮ ບ້ານຄູນຄໍາ, ເມືອງຄູນຄໍາ, ແຂວງຄໍາມ່ວນ ຫາ ບ້ານ ໜອງກອກ, ເມືອງຄໍາເກີດ ແຂວງບໍລິຄໍາໄຊ)

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນຊາບ ກ່ຽວກັບ ການ ປິດ-ເປີດ ການສັນຈອນ ຜ່ານເສັ້ນທາງຫຼວງແຫ່ງຊາດເລກ 8 ຊ່ວງ ກມ 42+800 ຫາ ກມ 50+800 (ເຂດພູໄຮ ບ້ານຄູນຄໍາເມືອງຄູນຄໍາແຂວງຄໍາມ່ວນ ຫາ ບ້ານໜອງກອກ, ເມືອງຄໍາເກີດ ແຂວງບໍລິຄໍາໄຊ), ຊຶ່ງປັດຈຸບັນໂຄງການຟື້ນຟູກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແມ່ນກໍາລັງສຸມໃສ່ວຽກກໍ່ສ້າງ ເພື່ອໃຫ້ສາມາດດໍາເນີນການຈັດຕັ້ງປະຕິບັດວຽກໄປຕາມແຜນ, ສໍາເລັດຕາມຂອບເຂດເວລາຂອງສັນຍາທີ່ກໍານົດໄວ້ ແລະ ເພື່ອຮັບປະກັນດ້ານຄວາມປອດໄພ, ຫຼີກລ້ຽງຄວາມສ່ຽງໃນການເກີດອຸບັດຕິເຫດ ຕໍ່ຜູ້ສັນຈອນຜ່ານເຂດການກໍ່ສ້າງກະຊວງ ຍທຂ ຈຶ່ງແຈ້ງກໍານົດເວລາໃນການ ປິດ-ເປີດ ການສັນຈອນຜ່ານເສັ້ນທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ກໍາລັງຟື້ນຟູກໍ່ສ້າງດັ່ງກ່າວ ດັ່ງນີ້:

1.)  ເວລາໃນການປິດການສັນຈອນເພື່ອເຮັດວຽກ:

-  ເລີ່ມຕອນເຊົ້າ 7:30 ໂມງ ຫາ 11:30 ໂມງ;

-  ຕອນບ່າຍ 13:30 ໂມງ ຫາ 17:30 ໂມງ;

-  ຕອນແລງ 19:30 ໂມງ ຫາ 23:00 ໂມງ.

2.) ເວລາໃນການເປີດການສັນຈອນ:

-  ເລີ່ມຕອນກາງຄືນ 23:00 ໂມງ ຫາ 7:30 ໂມງ;

-  ຕອນບ່າຍ 11:30 ໂມງ ຫາ 13:30 ໂມງ;

-  ຕອນແລງ 17:30 ໂມງ ຫາ 19:30 ໂມງ.

ກໍລະນີມີລົດດ່ວນຜ່ານ ເປັນຕົ້ນ ລົດຂົນສົ່ງຄົນເຈັບລົດໂຮງໝໍ ຂະບວນລົດການນໍາ, ຂະບວນລົດພິເສດອື່ນໆ ແມ່ນຈະໄດ້ເປີດເສັ້ນທາງຕະຫຼອດເວລາ; ສໍາລັບວັນສິນໃຫຍ່ 15 ຄໍ່າ ແມ່ນພັກວຽກ ແລະ ເປີດການສັນຈອນຕະຫຼວດ 24 ຊົວໂມງ.

ສ່ວນສະຖານທີ່ຈອດລົດເພື່ອລໍຖ້າໃນການເດີທາງເພື່ອໄປຜ່ານຈຸດກໍ່ສ້າງກໍານົດ ດັ່ງນີ້:

1.     ຂາໄປ ຈາກທາງແຍກ 13 ໃຕ້ ມຸ່ງໜ້າຫາ ຫຼັກຊາວ ເມືອງຄໍາເກີດ ແມ່ນສາມາດຈອດໄດ້ຢູ່ເຂດສາມແຍກທາງໄປຖໍ້າກອງລໍເຂດບ້ານຄູນແກ້ວ ແລະ ເຂດບ້ານຄູນຄໍາ ເມືອງຄູນຄໍາ, ແຂວງຄໍາມ່ວນ;

2.     ຂາກັບ ຈາກຫຼັກຊາວ ມຸ່ງໜ້າຫາ ແຍກທາງ 13 ໃຕ້ ແມ່ນສາມາດຈອດໄດ້ຢູ່ເຂດບ້ານໜອງກອກ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ.

                         ນອກຈາກນັ້ນ ກໍລະນີຖ້າຫາກບໍ່ຈໍາເປັນແມ່ນໃຫ້ຫຼີກລ້ຽງໄປນໍາໃຊ້ເສັ້ນທາງອື່ນແທນ. 
ແຈ້ງການສະບັບນີ້ ແມ່ນຈະເລີມຈັດຕັ້ງປະຕິບັດ ນັບແຕ່ວັນທີ 15 ຕຸລາ 2024 ເປັນຕົ້ນໄປ ຈົນກວ່າ ໂຄງການຟື້ນຟູກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງ ກມ 42+800 ຫາ ກມ 50+800 (ເຂດພູໄຮ ບ້ານຄູນຄໍາເມືອງຄູນຄໍາແຂວງຄໍາມ່ວນ ຫາ ບ້ານໜອງກອກ, ເມືອງຄໍາເກີດ ແຂວງບໍລິຄໍາໄຊ) ສຳເລັດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Map

Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250