Ministry News

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຕຈັນ ຕາມແຜນຈະໃຫ້ສຳເລັດກາງປີ 2025

2024-10-29
Sayphone



ໃນວັນທີ 28 ຕຸລາ 2024 ຜ່ານມານີ້, ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ, (ໂຄງການລົດເມ BRT) ຢູ່ພາກສະໜາມຂອງໂຄງການກໍ່ສ້າງຕົວຈິງໃນຫຼາຍຈຸດ, ໂດຍການຕ້ອນຮັບຂອງ ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ (ລົດເມ BRT), ມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມຂົນສົ່ງ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ, ຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳ ສປປ ລາວ, ບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນການລົົງຕິດຕາມພາກສະໜາມກໍ່ສ້າງຕົວຈິງໃນຄັ້ງນີ້ ແມ່ນໄດ້ເລີ່ມຕົ້ນຈາກຈຸດກໍ່ສ້າງສະຖານີຂື້ນລົງຂອງຜູ້ໂດຍສານໜ້າໂຮງແຮມຊຳເມີເຊັດ, ຈຸດສະຖານີເສັ້ນທາງໄກສອນ ພົມວິຫານ, ເຂດໂພນສະອາດ ຂຶ້ນໄປຫາປະຕູໄຊ ຊຶ່ງແຜນຈະກໍ່ສ້າງສະຖານີຂຶ້ນ-ລົງລົດເມ BRT ແລະ ສະຖານີໃຫຍ່ ແລະ ເຂດປັບປຸງລະບົບລະບາຍນ້ຳ. ຈາກນັ້ນ, ກໍໄດ້ລົງເບິ່ງຈຸດກໍ່ສ້າງອູ່ລົດເມຫຼັກ 16 ຊຶ່ງແຜນຈະສ້າງບ່ອນຈອດລົດເມ, ອາຄານ, ສູນບັນຊາລົດ, ອູ່ສ້ອມແປງ ແລະ ອື່ນໆ. ສຳລັບຈຸດສຸດທ້າຍແມ່ນໄດ້ລົງເບິ່ງຢູ່ເສັ້ນທາງດົງໂດກ-ໜ້າມະຫາວິທະຍາໄລແຫ່ງຊາດ ຊຶ່ງຈຸດດັ່ງກ່າວປັດຈຸບັນແມ່ນໄດ້ເລັ່ງປັບປຸງພື້ນຖານໂຄງລ່າງ ທີ່ຈະກໍ່ສ້າງສະຖານີຂຶ້ນ-ລົງ ລົດເມ ຄາດວ່າຈະໄດ້ເລີ່ມລົງມືຕິດຕັ້ງ ໂຄງສ້າງດ້ານເທິງ ເປັນຕົ້ນແມ່ນ ຫຼັງຄາ, ຮາວຈັບ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນເດືອນພະຈິກນີ້.

ໃນໂອກາດນີ້, ທ່ານ ຄຳພັນ ວັນທະນາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໂທລະພາບ ແລະ ໜັງສືພິມວ່າ: ປັດຈຸບັນໂຄງການຂອງພວກເຮົາແມ່ນມີຄວາມຄືບໜ້າລວມທັງໝົດ 30 ສ່ວນຮ້ອຍ, ສຳລັບໂຄງການລົດເມ BRT ແມ່ນມີສະຖານີຂຶ້ນ-ລົງ 27 ຈຸດ ໂດຍແບ່ງການຮັບເໝົາກໍ່ສ້າງອອກເປັນ 2 ໄລຍະ, ສະເພາະລັດວິສາຫະກິດກໍ່ສ້າງທາງເລກ 8 ມີຢູ່ 19 ສະຖານີ ປັດຈຸບັນສຳເລັດໂຄງລ່າງພື້ນຖານປະມານ 9 ສະຖານີ, ສ່ວນຈຸດທີ 10 ຢູ່ໂພນສະອາດ ແມ່ນສຳເລັດ 100%, ເວົ້າລວມແລ້ວຍັງເຫຼືອ 9 ຈຸດແມ່ນກຳລັງກໍ່ສ້າງ, ສ່ວນໃຫຍ່ແມ່ນສໍາເລັດການກໍ່ສ້າງຮາກຖານສະຖານີລົດເມ BRT, ປັດຈຸບັນທາງໂຄງການພວກເຮົາແມ່ນສຸມໃສ່ໃນການເຮັດຂອບທາງເພາະວ່າອີງໃສ່ບົດຮຽນຜ່ານມາຈຸດໃດທີ່ແຄບກໍຕ້ອງໄດ້ຂະຫຍາຍທາງອອກກ່ອນ ເພື່ອເຮັດໃຫ້ລົດແລ່ນໄປໄດ້ສະດວກ, ເພາະວ່າສະຖານີຕັ້ງຢູ່ຈຸດກາງທາງຈຳເປັນຕ້ອງໄດ້ຂະຫຍາຍຂອບທາງກ່ອນ ການສັນຈອນກໍຈະບໍ່ລໍາບາກ ແລະ ອື່ນໆ, ສໍາລັບໂຄງການກໍ່ສ້າງສະຖານີຂຶ້ນ-ລົງລົດເມ BRT ໂດຍລວມແມ່ນຈະໃຫ້ສໍາເລັດທັງໝົດໃນກາງປີ 2025 ແລະ ການເປີດໃຫ້ບໍລິການແບ່ງອອກເປັນ 2 ໄລຍະຄື: ຈະເປີດທົດລອງ 3 ເດືອນໃຫ້ໃຊ້ບໍລິການບໍ່ເສຍຄ່າ ແລະ ຫຼັງຈາກນັ້ນແມ່ນຈະເປີດເປັນທາງການ. ໂຄງການ BRT ເປັນໂຄງການແກ້ໄຂການສັນຈອນແອອັດໂດຍທີ່ພວກເຮົາພະຍາຍາມໃຫ້ທຸກຄົນໃນສັງຄົມຫັນມາໝູນໃຊ້ລົດເມສາທາລະນະໃຫ້ຫຼາຍຂຶ້ນເປັນການປ່ຽນທັດສະນະຄະຕິໃນການຊົມໃຊ້ລົດສ່ວນຕົວມາໃຊ້ລົດເມສາທາລະນະ, ຖ້າບໍ່ປ່ຽນພຶດຕິກຳລົດກໍຍັງຈະຕິດຄືເກົ່າເພາະສະນັ້ນເຫດຜົນຫຼັກເຮົາເລືອກເສັ້ນທາງມາ ມຊ ກໍຍ້ອນມີການສັນຈອນຢູ່ຈຸດດັ່ງກ່າວຫຼາຍເຊັ່ນ: ມີນັກຮຽນ, ນັກສຶກສາຫຼາຍ ແລະ ລົດສັນຈອນກໍຫຼາຍ, ດັ່ງນັ້ນຖ້າໂຄງການສຳເລັດ ແມ່ນຈະມີຜົນດີໃນຫຼາຍຢ່າງ ເປັນຕົ້ນຈະເຮັດໃຫ້ການຊົມໃຊ້ລົດສ່ວນຕົວຫຼຸດລົງ ເຮັດໃຫ້ການສັນຈອນສະດວກສະບາຍບໍ່ແອອັດ ເປັນການປະຢັດເວລາ ປະຢັດຄ່າໃຊ້ຈ່າຍ ແລະ ອື່ນໆ.

ທ່ານ ຄຳພັນ ວັນທະນາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນທາງໂຄງການແມ່ນໄດ້ສຸມໃສ່ໃນການກໍ່ສ້າງຮາກຖານຂອງສະຖານີຂຶ້ນ-ລົງລົດເມ ແລະ ປັບປຸງລະບົບພື້ນຖານໂຄງລ່າງ ຊຶ່ງອາດຈະສ້າງຄວາມແອອັດຫຍຸ້ງຍາກໃນການສັນຈອນ ເຮັດໃຫ້ບາງສາຍທາງມີລົດຕິດຂັດ ແຕ່ທາງໂຄງການກໍໄດ້ແນະນຳໃຫ້ຜູ້ຮັບຜິດຊອບ ເອົາໃຈໃສ່ບໍ່ໃຫ້ກີດຂວາງການສັນຈອນ ຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ອຸບັດເຫດ, ພ້ອມນີ້ ກໍຂໍຝາກເຖິງຜູ້ຂັບຂີ່ ກໍຄື ຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນເຈົ້າການມີສ່ວນຮ່ວມຊ່ວຍກັນ ໄປມາຢ່າງມີສະຕິ ລະມັດລະວັງ ທັງສັງເກດເບິ່ງສັນຍານປ້າຍຫ້າມ ປ້າຍເຕືອນ ທີ່ໂຄງການໄດ້ຕິດຕັ້ງໄວ້ ເພື່ອປ້ອງກັນການເກີດອຸບັດເຫດ ແລະ ມີສ່ວນຮ່ວມຊ່ວຍກັນອຳນວຍຄວາມສະດວກ ໃນການກໍ່ສ້າງໂຄງການດັ່ງກ່າວໃຫ້ມີຜົນສຳເລັດໂດຍໄວ.










About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Map

Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250