Ministry News
ຍທຂ ທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ VI (ຄັ້ງທີ I)
ໃນວັນທີ
14 ສິງຫາ
2025 ກະຊວງ
ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ
ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ
ສະໄໝທີ VI (ຮອບທີ
I) ຂຶ້ນ, ທີ່ສູນ ICTC. ໂດຍການເປັນປະທານຂອງສະຫາຍ ເຫຼັກໄຫຼ
ສີວິໄລ ເລຂາຄະນະບໍລິຫານງານ ພັກ ກະຊວງ ຍທຂ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ກໍາມະການພັກກະຊວງ ຍທຂ, ຄະນະຮັບຜິດຊອບ ບຸກຄະລາກອນຂັ້ນສູນກາງ
ແລະ ບັນດາຄະນະໜ່ວຍພັກຮາກຖານ ແລະ ບັນດສະມາຊິກພັກ ອ້ອມຂ້າງກະຊວງເຂົ້າຮ່ວມ.
ສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານ ພັກ ກະຊວງ ຍທຂ ກ່າວບາງຕອນວ່າ: ກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ສະໄໝທີ VI ຮອບທີ I ຂຶ້ນ, ຈຸດປະສົງແມ່ນ ເພື່ອດໍາເນີນການທາບທາມເປີດກ້ວາງ ເລືອກເຟັ້ນເອົາເປົ້າໝາຍບຸກຄະລາກອນ ຈະລົງສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຸດໃໝ່ ສະໄໝທີ VI ເຊິ່ງການທາບທາມຈະໄດ້ດໍາເນີນເປັນ 3 ຮອບ.
ການທາບທາມເລືອກເຟັ້ນເອົາບຸກຄະລາກອນເຂົ້າສະໝັກເປັນຄະນະພັກກະຊວງ
ຂອງ ພວກເຮົາແມ່ນມີຄວາມສໍາຄັນຫຼາຍ
ເນື່ອງຈາກຈະເປັນຄະນະຜູ້ສືບຕໍ່ນໍາພາກະຊວງພວກເຮົາໃນ 5 ປີຕໍ່ໜ້າ, ໝາຍຄວາມວ່າ: ສະຕາກໍາຂອງກະຊວງ, ຄວາມກ້າວໜ້າຂອງສະມາຊິກພັກ-ພະນັກງານ
ຈະມີຄວາມກ້າວໜ້າ, ວຽກງານກະຊວງເຮົາມີຜົນສໍາເລັດໜ້ອຍ-ຫຼາຍຊ່ໍາໃດ, ຄວາມສາມັກຄີຈະດີຮ້າຍແນວໃດ, ປະກົດການຫຍໍ້ທໍ້ຈະຖືກແກ້ໄຂ ຫຼື
ຈະເກີດປະກົດການຫຍໍ້ທໍ້ເພີ່ມຕື່ມ ແມ່ນຂຶ້ນກັບບຸກຄົນຄະນະພັກກະຊວງ ທີ່ບັນດາສະຫາຍ
ຈະເລືອກເຟັ້ນຈາກຮອບທີ I ເປັນພື້ນຖານໃຫ້ແກ່ ຮອບທີ II, ຮອບທີ III ແລະ ກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງ.