Ministry News

ກອງປະຊຸມພົບປະ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະກຳມະການຮ່ວມມືລາວ-ຈີນ

2025-08-22
Sayphone

ໃນວັນທີ 22 ສິງຫາ 2025 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະກຳມະການຮ່ວມມືລາວ-ຈີນ ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈຳການ ທັງເປັນຫົວໜ້າຫ້ອງການ ຄະນະກຳມະການຮ່ວມມືລາວ-ຈີນ, ກະຊວງການເງິນ ພ້ອມດ້ວຍ ຄະນະນຳຂັ້ນຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງການ, ກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ນາງ ແສງເດືອນ ໄຊຍະສອນ ໄດ້ລາຍງານໃຫ້ຊາບວ່າ: ໂດຍປະຕິບັດຕາມພາລະບົດບາດຂອງຄະນະກຳມະການຮ່ວມມືລາວ-ຈີນ ໃນນາມເປັນເສນາທິການໃຫ້ແກ່ ສູນກາງພັກ ແລະ ລັດຖະບານ, ກໍໍ່ຄື ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາວຽກງານການຮ່ວມມື ລາວ-ຈີນ ໂດຍສະເພາະແມ່ນໂຄງການຊ່ວຍເຫຼືອ ຈາກລັດຖະບານ ສປ ຈີນ, ໂຄງການທີ່ຕິດພັນກັບກະຊວງໂຍທາທິການ ແລະ ຂົນສົ່ງ. ຈຸດປະສົງ ເພື່ອປຶກສາຫາລືວຽກງານຮ່ວມມືລາວ-ຈີນ ໃນຂົງເຂດໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ ແລະ ກຳນົດທິດທາງຈຸດສຸມວຽກງານໃນຕໍ່ໜ້າ.

       ໂດຍເນັ້ນໃສ່ ໂຄງການຊ່ວຍເຫຼືອປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງບໍ່ເຕ່ນ; ໂຄງການ ສຶກສາຄວາມເປັນໄປໄດ້ ການເຈາະອຸມົງທາງເລກທີ 22, ກາສີ-ເມືອງນານ (ພູເກົ້າຫຼັກ); ໂຄງການກໍ່ສ້າງເສັ້ນທາງ 17A ແລະ 17B ຢູ່ແຂວງຫຼວງນໍ້າທາ ແລະ ວຽກງານລົງທຶນຂະໜາດໃຫຍ່ເປັນຕົ້ນ ຊຸກຍູ້ໂຄງການທາງດ່ວນ ຊ່ວງ 4 ແຕ່ເມືອງໄຊ ຫາ ບໍ່ເຕ່ນ ຊາຍແດນລາວ-ຈີນ, ຊຸກຍູ້ການແກ້ໄຂບັນຫາຄົງຄ້າງຂອງບໍລິສັດທາງລົດໄຟ ລາວ-ຈີນ ແລະ ວຽກງານອື່ນໆ.

ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄຳເຫັນຊີ້ນຳຕໍ່ວຽກງານຕ່າງໆທີ່ປີ່ນອ້ອມ ຂອງຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ສະເໜີຂື້ນ ໂດຍສະເພາະແມ່ນ ບັນດາໂຄງການຊ່ວຍເຫຼືອລ້າ, ການລົງທຶນຂະໜາດໃຫຍ່ຈາກ ລັດຖະບານຈີນ ແລະ ບັນດາໂຄງການຕ່າງໆ ແມ່ນໃຫ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ໃນການແກ້ໄຂບັນຫາ ແລະ ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ. ພ້ອມນັ້ນ, ທ່ານຍັງໄດ້ແນະນໍາໃຫ້ທາງຄະນະຮ່ວມມືລາວ-ຈີນ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ເກີດຜົນສຳເລັດຢ່າງຈົບງາມ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Map

Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250